ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິດສະຣາແອນ ສົ່ງມອບເຮືອໄວ ລາດຕະເວນ ຊຸດທີ 3 ໃຫ້ຟີລິບປີນ

     ອີງຕາມລາຍງານຈາກເວັບໄຊທ໌ asianmilitaryreview.com ແຈ້ງໃຫ້ຮູ້ໃນວັນທີ 24 ພະຈິກ 2023 ນີ້ວ່າ: ບໍລິສັດ
ຜູ້ຜະລິດເຮືອ
Israel Shipyards ຂອງອິດສະຣາແອນ ໄດ້ສົ່ງມອບ ເຮືອໄວລາດຕະເວນ Shaldag MK V ຊຸດທີ 3
ໃຫ້ແກ່ຟີລິບປີນ ແລ້ວ. ເຊິ່ງການສົ່ງມອບເຮືອໄວ ລາດຕະເວນ 2 ຊຸດທຳອິດໄດ້ຖືກສົ່ງມອບເມື່ອເດືອນ ພະຈິກ 2022 ທີ່
ຜ່ານມາ.

     ລາຍງານໄດ້ໃຫ້ຮູ້ວ່າ: ບໍລິສັດຜູ້ຜະລິດເຮືອຂອງອິດສະຣາແອນ ໄດ້ປະກາດເມື່ອກາງປີ 2021 ທີ່ຜ່ານມາວ່າຕົນໄດ້ລົງນາມ
ໃນຂໍ້ຕົກລົງຊື້ຂາຍເຮືອໄວລາດຕະເວນ ສະບັບໜຶ່ງກັບລູກຄ້າທີ່ບໍ່ໄດ້ເປີດ ເຜີຍຊື່, ມາເຖິງປັດຈຸບັນຫາກໍເປີດເຜີຍໃຫ້ຮູ້ວ່າ: ລູກ
ຄ້າດັ່ງກ່າວແມ່ນຟີລິບປີນນີ້ເອງ
. ໃນການຕົກລົງຊື້ຂາຍດັ່ງກ່າວແມ່ນກວມເອົາເຮືອໄວລາດຕະເວນ Shaldag MK V, ການ
ຂົນສົ່ງ ແລະ ການແນະນໍາການໃຊ້ງານລາຍລະອຽດການກໍ່ສ້າງ ແລະ ການບໍາລຸງຮັກສາຍານດັ່ງກ່າວ.

     ເຮືອໄວລາດຕະເວນ Shaldag MK V ເປັນເຮືອລາດຕະເວນທີ່ເຮັດດ້ວຍອາລູມີນຽມ ສາມາດບັນຈຸນໍ້າໜັກເຕັມ 95
ໂຕນ ແລະ ມີສ່ວນທ້ອງເຮືອທີ່ຈົມລົງນໍ້າເລິກ 1,25 ແມັດ. ເຮືອດັ່ງກ່າວ ສາມາດບັນຈຸພົນໄດ້ 10 ຄົນ, ແລ່ນໄດ້ດ້ວຍຄວາມໄວ
ປະມານ 74 ກິໂລແມັດຕໍ່ຊົ່ວໂມງ ແລະ ສາມາດຕິດຕັ້ງປືນ ທີ່ນໍາໃຊ້ທາງກອງທັບເຮືອ ແລະ ຖານຍິງລູກສອນໄຟຕ່າງໆ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 15/12/2023